amis logo ລະບົບຂໍ້ມູນຂ່າວສານຕະຫຼາດກະສິກໍາ ຢູ່ ສປປ ລາວ

ຊື່ແນວພັນ: ໝາກຫີນສູງ

ລາຄາ: - ກີບ

ປະເພດແນວພັນ: ພັນພື້ນເມືອງ (ເຂົ້າໜຽວ)

ລາຍລະອຽດ:

ແນວພັນເຂົ້າໝາກຫີນສູງ(LG6432) ແມ່ນແນວພັນເຂົ້າບົກພື້ນເມືອງຂອງທ້ອງຖິ່ນ ເມືອງນໍ້າບາກ ແຂວງຫຼວງພະບາງ.

ລັກສະນະປະຈຳພັນ

– ເປັນປະເພດເຂົ້າໜຽວມີຄວາມຮູ້ສຶກຕໍ່ຊ່ວງແສງ, ອາຍຸ 135-140 ວັນ.

– ຊ່ວງປູກ ທ້າຍເດືອນ ເມສາ (4) -ຕົ້ນເດືອນ ມິຖຸນາ(6) ຊ່ວງໄລຍະຝົນຕົກ.

– ລຳຕົ້ນສູງປະມານ 105 – 145 ຊັງຕີແມັດ, ລຳຕົ້ນແຂງ, ສີເຖືອງ.

– ໃບເປັນສີຂຽວ, ແຜ່ນໃບບໍ່ມີຂົນ, ໃບກວ້າງ.

– ເມັດເຂົ້າເປືອກກ້ຽງ (ບໍ່ມີຂົນ) ເປັນສີເຟືອງຂີດສີນໍ້າຕານແດງ.

– ເມັດໃຫ່ຍ, ຍາວ 9.24 ມິນລີແມັດ, ກວ້າງ 4,06 ມິນລີແມັດ, ໜາ 2,5 ມິນລີແມັດ.

– ເມັດເຂົ້າກ້ອງຍາວ 6,8 ມິນລີແມັດ, ກວ້າງ 3,38 ມິນລີແມັດ, ໜາ 2,22 ມິນລີແມັດ.

– ຄຸນນະພາບການສີດີ, ເມັດເຂົ້າສານສີຂາວ, ປະລິມານອາມີໂລດ (6,9%)

– ນໍ້າໜັກ 1000 ເມັດ/ກຼາມ