amis logo ລະບົບຂໍ້ມູນຂ່າວສານຕະຫຼາດກະສິກໍາ ຢູ່ ສປປ ລາວ

ຊື່ແນວພັນ: ວຽງຈັນ450-1

ລາຄາ: - ກີບ

ປະເພດແນວພັນ: ພັນປັບປຸງ (ເຂົ້າຈ້າວ)

ລາຍລະອຽດ:

ເປັນແນວພັນເຂົ້າຈ້າວພັນປັບປຸງໃໝ່ ທີ່ລວບລວມລັກສະນະທີ່ຕ້ອງການຈາກເຂົ້າມະລິ105 (KDML105) ແລະ ສາຍພັນເຂົ້າອີແອ (IR) ໂດຍການປະສົມພັນຫຼາຍດ້ານຈາກສະຖາບັນຄົ້ນຄວ້າເຂົ້າສາກົນ (IRRI), ປະເພດລຳຕົ້ນຕໍ່າປານກາງ, ອາຍຸຍາວປານກາງ 135-140 ວັນ, ຮູ້ສຶກຕໍ່ຊ່ວງແສງຕໍ່າ, ສາມາດປູກນາແຊງໄດ້ ແຕ່ຕ້ອງຕົກກ້າແຕ່ ກາງເດືອນພະຈິກ-ຕົ້ນເດືອນທັນວາ. ໃນການທົດລອງ ລະດູຝົນ 2010 ທີ່ແຂວງວຽງຈັນ, ສະຫວັນນະເຂດ ແລະ ຈຳປາສັກ ເຫັນວ່າ ວຽງຈັນ450-1 ໃຫ້ຜົນຜະລິດດີ 3,117 ກລ/ຮຕ, ລື່ນທ່າດອກຄຳ1 9.52% (2,847 ກລ/ຮຕ) ແລະ ທ່າດອກຄຳ8 12.38% (2,771 ກລ/ຮຕ). ທົນທານໄດ້ດີຕໍ່ການທຳລາຍຂອງພະຍາດເຂົ້າຜູ້ ແລະ ທົນທານລະດັບປານກາງ ຕໍ່ການທຳລາຍຂອງພະຍາດໃບໄໝ້ແລະ ຂອບໃບແຫ້ງ; ໂຍະຍານຕໍ່ການທຳລາຍພະຍາດຄໍຮວງເນົ່າ, ເພັ້ຍຈັກຈັ່ນສີນໍ້າຕານ, ເພັ້ຍຈັກຈັ່ນສີຂຽວ ແລະ ແມງບົ່ວ; ທົນທານລະດັບປານກາງຕໍ່ປະກົດການເຫຼັກເປັນພິດ (Fe toxic). ຈັດຢູ່ໃນຈຳພວກປະເພດເຂົ້າ ເມັດຍາວຮຽວ,
ສີເຟືອງ, ມີຄຸນນະພາບໃນການສີດີ ແລະ ເປີເຊັນເຂົ້າສານປະເພດ1 ສູງເທົ່າທຽມເຂົ້າມະລິ105, ເມັດເຂົ້າສານໃສດີ, ຈັດຢູ່ໃນປະເພດເຂົ້າທີ່ມີທາດແປ້ງອາມີໂລປານກາງ, ເຂົ້າຫູງສຸກອ່ອນນຸ້ມດີ ແລະ ປະໄວ້ດົນຍັງຮັກສາຄວາມອ່ອນນຸ້ມໄດ້ດີສົມຄວນ; ກິນແຊບ, ອ່ອນ ແລະ ຫອມອ່ອນ