amis logo ລະບົບຂໍ້ມູນຂ່າວສານຕະຫຼາດກະສິກໍາ ຢູ່ ສປປ ລາວ

ຊື່ແນວພັນ: ວຽງຈັນ450-2

ລາຄາ: - ກີບ

ປະເພດແນວພັນ: ພັນປັບປຸງ (ເຂົ້າໜຽວ)

ລາຍລະອຽດ:

ແມ່ນແນວພັນເຂົ້າພັນປັບປຸງໃໝ່ ຂອງສູນຄົ້ນຄວ້າກະສິກຳ-ນາພອກ, ທີ່ລວບລວມລັກສະນະທີ່ຕ້ອງການ ຈາກການປະສົມພັນລະຫວ່າງເຂົ້າທ່າດອກຄຳ1 ກັບທ່າດອກຄໍາ7 ແລະ ປະສົມເພີ່ມເຕີມກັບເຂົ້າອີແອ (IR). ເປັນເຂົ້າໜຽວປະເພດລຳຕົ້ນສູງປານກາງ ແລະ ຮວງໃຫຍ່; ອາຍຸຍາວປານກາງ 140-145 ວັນ, ຮູ້ສຶກຕໍ່ຊ່ວງແສງຕໍ່າ, ເໝາະສົມກັບນາປີແຕ່ສາມາດປູກນາແຊງ ໄດ້ ແຕ່ຕ້ອງຕົກກ້າ ແຕ່ກາງເດືອນພະຈິກ-ຕົ້ນເດືອນທັນວາ. ຜົນການທົດລອງໃນລະດູຝົນ 2008, 2009 ແລະ 2010 ທີ່ແຂວງວຽງຈັນ, ສະຫວັນນະເຂດ ແລະ ຈຳປາສັກ; ຜົນຜະລິດສະເລັ່ຍລວມ 3 ປີ ແລະ 3 ຈຸດທົດລອງ ແມ່ນບໍ່ແຕກຕ່າງກັບຕົວຢືນ ທ່າດອກຄຳ1 ແລະ ທ່າດອກຄຳ8; 2,863 ກລ/ຮຕ, 2,847 ກລ/ຮຕ ແລະ 2,771 ກລ/ຮຕ ຕາມລຳດັບ. ທົນທານໄດ້ດີຕໍ່ການທຳລາຍຂອງພະຍາດເຂົ້າຜູ້ ແລະ ທົນທານຕໍ່ການທຳລາຍລະດັບປານກາງຕໍ່ພະຍາດໃບໄໝ້ ແລະ ຂອບໃບແຫ້ງ; ບໍ່ທົນທານ ຕໍ່ການທຳລາຍຂອງພະຍາດຄໍຮວງເນົ່າ, ເພັ້ຍຈັກຈັ່ນສີນໍ້າຕານ, ເພັ້ຍຈັກຈັ່ນສີຂຽວ ແລະ ແມງບົ່ວ; ທົນທານລະດັບປານກາງຕໍ່ປະກົດການເຫຼັກເປັນພິດ (Fe toxic). ຈັດຢູ່ໃນຈຳພວກປະເພດເຂົ້າເມັດ ຍາວ-ຮຽວ, ເມັດເຂົ້າເປືອກສີນໍ້າຕານ, ມີຄຸນນະພາບໃນການສີດີແລະ ເປີເຊັນເຂົ້າສານປະເພດ1 ສູງເທົ່າທຽມເຂົ້າທ່າດອກຄຳ8, ເຂົ້າໜື້ງສຸກອ່ອນນຸ້ມດີແລະ ປະໄວ້ດົນຍັງຮັກສາຄວາມອ່ອນນຸ້ມ ໄດ້ດີສົມຄວນ; ກິນແຊບອ່ອນນຸ້ມ ແລະ ຫອມອ່ອນ.