amis logo ລະບົບຂໍ້ມູນຂ່າວສານຕະຫຼາດກະສິກໍາ ຢູ່ ສປປ ລາວ

ຊື່ແນວພັນ: ຫອມທ່າດອກຄໍາ 1

ລາຄາ: - ກີບ

ປະເພດແນວພັນ: ພັນປັບປຸງ (ເຂົ້າໜຽວ)

ລາຍລະອຽດ:

ແນວພັນເຂົ້າໜຽວທ່າດອກຄໍາ 1 (HomeTDK 1) ແມ່ນພັດທະນາຈາກສູນຄົ້ນຄວ້າກະສິກໍານາພອກ ໂດຍມີການຮ່ວມມືກັບສູນໄບໂອເທັກ ລາຊະອານາຈັກໄທ ພ້ອມດ້ວຍນັກປັບປຸງພັນເຂົ້າຂອງລາວທີ່ສູນຄົ້ນຄວ້າກະສິກໍານາພອກ, ເຊິ່ງຊື່ສາຍພັນແມ່ນ: TDK303-104-3-93-4-27, ປະສົມພັນຈາກແນວພັນ TDK1/Homenangnouane ໃຊ້ວິທີປະສົມພັນກັບຫາທ່າດອກຄໍາ 1 ເປັນຈໍານວນ 3 ຄັ້ງ ໂດຍເລີ່ມປະສົມພັນໃນປີ 2004 ທີ່ສູນຄົ້ນຄວ້າກະສິກໍາ ນາພອກ, ສ່ວນການນໍາໃຊ້ຫ້ອງທົດລອງທີ່ Rice Gene Discovery Unit, ກໍາແພງແສນປະເທດໄທເພື່ອກວດສອບ ຫາຢີນຄວາມຫອມໃນສາຍພັນປັບປຸງ. ໃນປີ 2012-2014 ໄດ້ປູກທົດສອບຜົນຜະລິດ ໃນພາກເຫນືອ, ພາກກາງ ແລະ ພາກໃຕ້, ປະຈຸບັນນິຍົມຫຼາຍທາງແຂວງວຽງຈັນ ແລະ ຕຽມປ່ອຍພັນໃນປີ 2017.ລັກສະນະພັນເຂົ້າຈະມີຜົນຜະລິດ 4-6 ໂຕນ/ຮຕ, ອາຍຸ135-140 ວັນ, ແຕກກໍໄດ້ ຫຼາຍ ແລະ ມີຊົງຕົ້ນຕັ້ງຊື່ດີ, ແຂງແຮງດີ ແລະ ບໍ່ລົ້ມເວລາສຸກແກ່, ສູງ 90-110 ຊມ, ເມັດເຂົ້າສີນ້ໍາຕານເຂັ້ມ ແລະ ເມັດເຂົ້າສານຍາວຮຽວ