amis logo ລະບົບຂໍ້ມູນຂ່າວສານຕະຫຼາດກະສິກໍາ ຢູ່ ສປປ ລາວ

ຊື່ແນວພັນ: ເຊບັ້ງໄຟ3

ລາຄາ: - ກີບ

ປະເພດແນວພັນ: ພັນປັບປຸງ (ເຂົ້າຈ້າວ)

ລາຍລະອຽດ:

ເປັນແນວພັນເຂົ້າຈ້າວຫອມ,ເໝາະກັບການເຮັດນາຫວ່ານແຫ້ງ ແລະ ຢອດແຫ້ງໃນນາທາມ,ທົນຕໍ່ຄວາມແຫ້ງແລ້ງ ແລະ ນ້ຳຖ້ວມ,ທົນທານຕໍ່ພະຍາດຂອບໃບແຫ້ງ,ເປີເຊັນເຂົ້າສານປະເພດໜຶ່ງສີໄດ້ 49,2 ເປີເຊັນ,ກິນແຊບ, ຫອມ ແລະ ອ່ອນນຸ້ມດີ. ແນວພັນນີ້ພັດທະນາຂື້ນ ໂດຍການຮ່ວມມືລະຫວ່າງສູນຄົ້ນຄ້ວາກະສິກໍານາພອກ ສປປລາວ ແລະ ສູນໄບໂອເທັກ ລາຊະອານາຈັກໄທ, ປະສົມພັນໃນ ປີ 2006 ໂດຍການນໍາໃຊ້ເຕັກນິກທາງດ້ານຊີວະໂມເລກູນໃນການຄັດເລືອກ ແລະ ໄດ້ປູກສຶກສາສາຍພັນຢູ່ສູນຄົ້ນຄວ້າກະສິກໍານາພອກ ໃນປີ 2009 ເຊິ່ງໄດ້ປູກທົດສອບຜົນຜະລິດຢູ່ເຂດນ້ໍາຖ້ວມຂອງທົ່ງພຽງເຊບັ້ງໄຟ ໃນປີ 2012 ແລະ ປ່ອຍພັນ ໃນປີ 2015.