amis logo ລະບົບຂໍ້ມູນຂ່າວສານຕະຫຼາດກະສິກໍາ ຢູ່ ສປປ ລາວ

ຊື່ແນວພັນ: ນາຊາງ

ລາຄາ: - ກີບ

ປະເພດແນວພັນ: ພັນພື້ນເມືອງ (ເຂົ້າໜຽວ)

ລາຍລະອຽດ:

ແນວພັນເຂົ້າໜຽວນາຊາງ, ມາຈາກ ສປ ຈີນ ທີ່ປະຊາຊົນບ້ານອ່າຍ ບ້ານນາສະຫວ່າງ, ເມືອງໄຊ, ໄດ້ນໍາມາຈາກພີ່ນ້ອງຢູ່ສິບສອງພັນນາ ໃນປີ 2006-07 ແລະ ໃນປີ 2008-09, ໂຄງການອີຮີ-ອີຟາດ ໄດ້ແນະນໍາປູກໃນຂົງເຂດອື່ນໆໃນແຂວງອຸດົມໄຊ, ປະຈຸບັນເມືອງໄຊ, ແຂວງອຸດົມໄຊ ປູກແນວພັນນາຊາງ ປະມານ 60 % ທັງນາປີ ແລະ ນາແຊງ. ເປັນເຂົ້າໜຽວໃຫ້ຜົນຜະລິດປະມານ 4-5.5 ໂຕນ/ເຮັກຕາ, ອາຍຸ 135-140 ວັນ, ລວງສູງ 89 ຊມ, ລໍາຕົ້ນແຂງແຮງດີ, ສີໃບຂຽວຈາງ, ບາງຕັ້ງຊື່ດີ, ເມັດເຂົ້າເປືອກສີເຫຼືອງແກ່, ຂະໜາດເມັດເຂົ້າສານຍາວ 10.81ມມ, ກວ່າງ 3.1 ມມ, ໜາ 2.16 ມມ, ນໍ້າໜັກ 1000 ເມັດແມ່ນ 37 ກກ, ຄຸນນະພາບການກິນອ່ອນນຸ່ມດີ ແລະ ຄຸນນະພາບການສີ ແມ່ນ 60 %.