amis logo ລະບົບຂໍ້ມູນຂ່າວສານຕະຫຼາດກະສິກໍາ ຢູ່ ສປປ ລາວ

ຊື່ແນວພັນ: ເຊບັ້ງໄຟ1

ລາຄາ: - ກີບ

ປະເພດແນວພັນ: ພັນປັບປຸງ (ເຂົ້າໜຽວ)

ລາຍລະອຽດ:

ພັດທະນາພັນເຂົ້າຂື້ນຈາກການປະສົມລະຫວ່າງ ແນວພັນເຂົ້າIR40913-33-1-3-2(ເປັນແນວພັນທົນນ້ຳຖ້ວມ), ນຳໃຊ້ເປັນພໍ່ພັນ ໂດຍປະສົມພັນຕ່າວກັບເຂົ້າພັນປັບປຸງລາວຄືທ່າດອກຄຳ1ໂດຍວິທີນຳໃຊ້ເຄື່ອງມືດ້ານຊີວະເຕັກໂນໂລຊີເຂົ້າຊ່ວຍໃນການຄັດເລືອກເລີ່ມຕົ້ນໃນປີ1999ຈົນໄດ້ສາຍພັນIR07F289. ເປັນແນວພັນທີ່ມີຄວາມທົນທານຕໍ່ກັບນ້ຳຖ້ວມ, ປູກໄດ້ທັງນາປີ ແລະນາແຊງ, ອາຍຸ140 ມື້, ສະມັດຖະພາບສູງສຸດ 6 ໂຕນ/ເຮັກຕາ