amis logo ລະບົບຂໍ້ມູນຂ່າວສານຕະຫຼາດກະສິກໍາ ຢູ່ ສປປ ລາວ

ຊື່ແນວພັນ: ທ່າດອກຄໍາ 14

ລາຄາ: - ກີບ

ປະເພດແນວພັນ: ພັນປັບປຸງ (ເຂົ້າໜຽວ)

ລາຍລະອຽດ:

ໄດ້ຈາກການປະສົມພັນລະຫວ່າງແນວພັນເຂົ້າຈາກໄທຄື: ກໍຂໍ10 ໄດ້ປະສົມພັນກັບ TDK1 ທີ່ເປັນແນວພັນເຂົ້າຂອງລາວ ເມື່ອໄດ້ລູກ F1 ໃນປີ 1996 ແລະ ຄັດເລືອກສາຍພັນແບບສືບຕະກຸນ ຈົນໄດ້ສາຍພັນ TDK37-8-9-1-3-B, ຮອດປີ 2011-2012 ຈຶ່ງໄດ້ສົ່ງອອກແນວພັນດັ່ງກ່າວໄປປູກທົດສອບຜົນຜະລິດ, ມາ ຮອດປີ 2018 ແນະນໍາໃຊ້ໃຫ້ແກ່ຊາວນາ. ເປັນແນວພັນທີ່ປັບຕົວຕໍ່ກັບດິນນາໂຄກ, ນາໂນນ, ປູກໄດ້ທັງນາປີ ແລະ ນາແຊງ, ອາຍຸ135- 140 ມື້, ສະມັດຕະພາບສູງສຸດ 5 ໂຕນ/ເຮັກຕາ