amis logo ລະບົບຂໍ້ມູນຂ່າວສານຕະຫຼາດກະສິກໍາ ຢູ່ ສປປ ລາວ

ຊື່ແນວພັນ: ທ່າສະໂນ 11

ລາຄາ: - ກີບ

ປະເພດແນວພັນ: ພັນປັບປຸງ (ເຂົ້າໜຽວ)

ລາຍລະອຽດ:

ແມ່ນໝາກຜົນຂອງການຖ່າຍທອດເຊື້ອພັນທຸກຳທີ່ຕ້ອງການຈາກຫລາຍທາງເຊັ່ນ: ຄວາມຫອມໄດ້ຈາກເຂົ້າຫອມນາງນວນ (HNN) ແລະ ກຂ 6 (RD6), ເຊື້ອທົນນໍ້າຖ້ວມ SUB1 ຈາກສາຍພັນເຂົ້າ IR85620-34-141, ເຊື່ອທົນພະຍາດໃບໄໝ້ຈາກຈ້າວຫອມນິນ (JHN) ເປັນພໍ່ພັນໂດຍປະສົມພັນກັບເຂົ້າພັນບັບປຸງລາວຄືທ່າດອກຄຳ 1 ໂດຍວິທີນຳໃຊ້ເຄື່ອງມືທາງດ້ານຊີວະເຕັກໂນໂລຊີເຂົ້າຊ່ວຍໃນການຄັດເລືອກ Marker Assisted Selection (MAS) ເລີ່ມຕົ້ນປະສົມພັນແຕ່ປີ 2009 ທີ່ສູນເຂົ້າມະຫາໄລກະເສດສາດ, ວິທະຍາເຂດກຳແພງແສນ, ປະເທດໄທ ແລະ  ປີ 2013 ໄດ້ນຳມາຄັດເລືອກທີ່ສູນຄົ້ນຄວ້າກະສິກຳທ່າສະໂນຈົນໄດ້ສາຍພັນ RGD1003-77-MAS-291-21-B-B. ເປັນເຂົ້າຮູ້ສຶກແສງ ອອກດອກ (ຖອງຮວງ) ທ້າຍເດືອນກັນຍາ ຫາ ຕົ້ນເດືອນຕຸລາ, ຜົນຜະລິດ 5-6 ໂຕນ/ເຮັກຕາ,ເປີເຊັ່ນການສີ 65.5% ເໝາະສົມສຳລັບນາກາງ-ນາຫຼຸບ, ທົນທານຕໍ່ການທໍາລາຍຂອງພະປາດໃບໄໝ້, ຂອບໃບແຫ້ງ ແລະ ທົນບົ່ວປານກາງ, ລຳຕົ້ນແຂງແຮງເຕ້ຍປານກາງເໝາະແກ່ການນໍາໃຊ້ກົນຈັກເກັບ