ກະທຽມແມ່ນຈັດຢູ່ໃນຕະກູນດຽວກັບຫົວຫອມໃຫ່ຍ, ໂດຍທົ່ວໄປກະທຽມຈະສ້າງກີບຫລາຍໆກີບ ແລະ ຖືກຫໍ່ຫຸ້ມຮ່ວມກັນຢູ່ໃນເປືອກເຊິ່ງມີລັກສະນະບາງ ສີຂາວ ຫລື ສີບົວ ຫຸ້ມໃຫ້ເປັນຫົວດຽວ, ສຳລັບໃບເປັນໃບລ້ຽງດ່ຽວ, ແບນສາມາດອອກດອກ ແລະ ໃຫ້ແກ່ນໄດ້, ນິຍົມຂະຫຍາຍພັນດ້ວຍກີບ, ເພາະກີບຈະໃຫ້ຜົນດີກວ່າ, ກະທຽມຈະມີຄຸນຄ່າທາງອາຫານຕ່ຳເມື່ອປຽບທຽບກັບພືດຜັກຊະນິດອື່ນໆ, ແຕ່ອາຫານບາງຊະນິດຈະຫມົດລົດຊາດຖ້າຫາກຂາດກະທຽມ. ໂດຍສະເພາະຜູ້ທີ່ນິຍົມລົດ ແລະ ກິ່ນຂອງກະທຽມນອກຈາກນີ້ຍັງໃຊ້ເປັນຢາຮັກສາບາດແຜ, ຫລອດລົມອັກເສບ, ໄອ, ທ້ອງອຶດ, ທ້ອງເຝີ້, ອາຫານບໍ່ຍ່ອຍ, ໂລກຜິວຫນັງບາງປະເພດ ແລະ ຄວາມດັນເລືອດສູງ.
ກະທຽມເປັນພືດຜັກປະເພດເນື້ອອ່ອນຂະຫນາດນ້ອຍ, ມີອາຍຸປະມານ 75-80 ວັນ, ປົກກະຕິຈະເລີນເຕີບໂຕໄດ້ດີໃນອາກາດເຢັນອຸນຫະພູມທີ່ເຫມາະສົມຢູ່ລະຫວ່າງ 12-22 ອົງສາເຊ, ສາມາດຮັບແສງແດດໄດ້ປະມານ 9-11 ຊົ່ວໂມງຕໍ່ວັນ, ມີໄລຍະການພັກຕົວຄືກັນກັບພືດຕະກຸນຫອມອື່ນທົ່ວໆໄປປະມານ 5-6 ເດືອນ, ຖ້າຫາກເກັບຮັກສາດົນກວ່ານີ້ຈະເຮັດໃຫ້ກະທຽມເລີ່ມງອກໂດຍໃນປີທຳອິດກະທຽມຈະຝໍ່ເສຍຫາຍປະມານ 60-70%.
ການກະກຽມດິນປູກຜັກກະທຽມ: ດິນທີ່ເຫມາະ ສຳລັບການປູກຜັກກະທຽມຄວນເປັນດິນຜຸຜຸ່ຍ, ລະບາຍນ້ຳໄດ້ດີຖ້າຫາກດິນເປັນກົດຫລາຍຈະເຮັດໃຫ້ຜັກກະທຽມບໍ່ໃຫຍ່, ຄວນຈະໃສ່ປູນຂາວກ່ອນຈິ່ງຄ່ອຍປູກຢ່າງຫນ້ອຍ 15 ວັນ, ເພື່ອປັບດິນໃຫ້ເປັນກົດອ່ອນໆ (pH 5,56,8), ກ່ອນໄຖຄວນຫວ່ານຝຸ່ນຄອກກ່ອນປະມານ 4 ໂຕນຕໍ່ໄລ່, ຖ້າເປັນດິນຫນຽວຄວນໃຊ້ໄຖບຸກເບີກກ່ອນພວນ, ຖ້າເປັນດິນລ້ວນພວນຢ່າງດຽວກໍ່ໄດ້ ແລະ ຍົກຫນານເພື່ອການໃຫ້ນ້ຳ ແລະ ລະບາຍນ້ຳໄດ້ດີ, ແຕ່ຖ້າຈະໃຫ້ຜັກກະທຽມເປັນຫົວດີ ແລະ ຄວນກຽມຫນານປູກຂະຫນາດກວ້າງ12,5 ແມັດ, ຄວາມຍາວຕາມພຶ້ນທີ່ປູກໄລຍະຫ່າງລະຫວ່າງຫນານ (ທາງຍ່າງ ຫລື ຮ່ອງນ້ຳ) ກວ້າງປະມານ 50 ຊັງຕີແມັດ.
ການປູກກະທຽມ: ໂດຍໃຊ້ກີບເຊິ່ງປະກອບເປັນຫົວ, ນິຍົມໃຊ້ກີບນອກປູກເນື່ອງຈາກກີບນອກມີຂະຫນາດໃຫຍ່ ຈະເຮັດໃຫ້ກະທຽມທີ່ມີຫົວໃຫຍ່ ແລະ ໃຫ້ຜົນຜະລິດສູງ, ການນຳເອົາຜັກກະທຽມໄປປູກໃນລະດູຝົນຈະເຮັດໃຫ້ກະທຽມອອກບໍ່ພ້ອມກັນ ແລະ ໃຫຍ່ບໍ່ພ້ອມກັນຂະຫນາດຂອງກີບຈະມີອິດທິພົນ ຫລື ຄວາມສຳຄັນຕໍ່ການເປັນຫົວຂອງຜັກທຽມຈາກການສຶກສາພົບວ່າພັນທີ່ມີກີບໃຫຍ່, ຖ້າຫາກໃຊ້ກີບຂະຫນາດກາງມາປູກຈະເຮັດໃຫ້ຜົນຜະລິດສູງ, ພັນທີ່ມີກີບຂະຫນາດນ້ອຍຖ້າໃຊ້ກີບໃຫຍ່ທີ່ສຸດມາປູກຈະໃຫ້ຜົນຜະລິດສູງ, ປົກກະຕິກີບທີ່ມີນ້ຳຫນັກ 2 ກຣາມຈະໃຫ້ຜົນຜະລິດສູງ. ການປູກຜັກທຽມອາດໃຫ້ນ້ຳກ່ອນ ແລະ ໃຊ້ກີບກະທຽມປັກລົງໄປໂດຍເອົາສ່ວນຮາກລົງເລິກປະມານ 2 ໃນ 3 ສ່ວນຂອງກີບ, ປູກເປັນແຖວຕາມໄລຍະປູກທີ່ກຳນົດໃນພຶ້ນທີ່ 1 ໄລ່ຕ້ອງໃຊ້ແນວພັນ 100 ກິໂລກຣາມ ຫລື ກີບ 75-80 ກິໂລກຣາມ, ໂດຍໃຊ້ໄລຍະການປູກ 10x10-15 ຊັງຕີແມັດ. ຈະໃຫ້ຜົນຜະລິດສູງທີ່ສຸດສຳລັບຜັກກະທຽມຈີນ, ໃຊ້ໄລຍະການປູກ 12-12 ຊັງຕີແມັດ ແລະ ແນວພັນ 300-350 ກິໂລກຣາມຕໍ່ໄລ່. ຫລັງປູກຈະໃຊ້ເຟືອງປົກຫນານເພື່ອຄວບຄຸມວັດສະພືດທີ່ຈະເກີດຂຶ້ນໃນໄລຍະທຳອິດ, ເຟືອງຈະຊ່ວຍເກັບຄວາມຊຸ່ມຂອງດິນ ແລະ ຫລຸດຄວາມຮ້ອນເວລາກາງເວັນ.
ການໃຫ້ນ້ຳຜັກກະທຽມ: ຄວນໃຫ້ນ້ຳກ່ອນ ແລະ ຫລັງປູກກະທຽມຄວນໄດ້ຮັບນ້ຳຢ່າງພຽງພໍ ແລະ ສະຫມ່ຳສະເຫມີ ໃນໄລຍະລະຫວ່າງການຈະເລີນເຕີບໂຕ 7-10 ວັນຕໍ່ຄັ້ງ. ສະຫລຸບແລ້ວຈະໃຫ້ນ້ຳປະມານ10 ຄັ້ງຕໍ່ລະດູການຄວນງົດການໃຫ້ນ້ຳເມື່ອກະທຽມແກ່ກ່ອນເກັບກ່ຽວ 2-3 ອາທິດ.
ການເກັບກ່ຽວ: ລັກສະນະການແກ່ຂອງກະທຽມສາມາດສັງເກດໄດ້ຄື ມີຕຸ່ມ ຫລື ຫົວຂະຫນາດນ້ອຍໆເກີດຂຶ້ນທີ່ລຳຕົ້ນຂອງກະທຽມເລີ່ມແຕ່ຫນຶ່ງຕຸ່ມຂຶ້ນໄປ, ມີສ່ວນຍອດໃຫຍ່ຂຶ້ນມາອີກ ແລະ ກຳລັງມີຕົ້ນດອກຊູຂຶ້ນມາ, ສຳລັບໃບກະທຽມເລີ່ມແຫ້ງຕັ້ງແຕ່ປາຍໃບລົງມາຫລາຍກວ່າ 30%, ໃບ ຫລື ຕົ້ນ ກະທຽມເອນຫັກລົ້ມນອນໄປກັບພຶ້ນດິນ 25% ຂຶ້ນໄປ ແລະ ດອກ ຫລື ລຳຕົ້ນເມື່ອບີບເບິ່ງຈະຮູ້ສຶກອ່ອນນຸ່ມ. ຖ້າພົບລັກສະນະດັ່ງກ່າວໃຫ້ເລີ່ມຖອນກະທຽມໄດ້ເຊິ່ງຈະມີອາຍຸການເກັບກ່ຽວປະມານ100-120 ວັນ, ຫລັງປູກ ຫລື ເມື່ອຮອດເວລາເກັບກ່ຽວໃບຈະແຫ້ງຖ້າເກັບກ່ຽວຊ້າເກີນໄປຈະເຮັດໃຫ້ກີບຫລົ່ນໄດ້ງ່າຍ ແລະ ໄດ້ກະທຽມທີ່ຄຸນນະພາບບໍ່ດີ.
ວິທີເກັບກ່ຽວ: ຖອນ ແລະ ຕາກແດດໃນຫນານປະມານ 2-3 ຊົ່ວໂມງ ໂດຍວາງສະລັບກັນໃຫ້ໃບປົກຫົວເພື່ອປ້ອງກັນບໍ່ໃຫ້ຖືກແສງແດດໂດຍກົງ, ຕາກໄວ້ 2-3 ວັນ, ລະວັງຢ່າໃຫ້ຖືກຝົນ ແລະ ນ້ຳຫມອກແຮງໃນເວລາກາງຄືນ, ນຳມາຕາກລົມໃນທີ່ຮົ່ມປະມານ 5-7 ວັນ,ໃຫ້ຫົວ ແລະ ໃບແຫ້ງດີຫລັງຈາກນັ້ນນຳມາຄັດເອົາຂະຫນາດ ແລະ ມັດເປັນຈຸກຕາມຄວາມຕ້ອງການ.
ການເກັບຮັກສາກະທຽມ: ກະທຽມທີ່ມັດຈຸກໄວ້ແລ້ວນຳໄປແຂວນໄວ້ໃນເຮືອນທີ່ເປີດຝາທັ້ງ 4 ດ້ານ ຫລື ກ້ອງຕາລ່າງ (ຖ້າເປັນເຮືອນຮ້ານ) ທີ່ມີການຖ່າຍເທອາກາດໄດ້ດີ, ບໍ່ຖືກຝົນ ຫລື ນ້ຳຫມອກລວມທັງແສງແດດປະມານ 3-4 ອາທິດຈະເຮັດໃຫ້ກະທຽມແຫ້ງດີ, ຄຸນນະພາບສູງຈຶ່ງນຳລົງມາກອງລວມກັນເພື່ອເກັບຮັກສາ ຫລື ຂາຍອອກ, ກະທຽມຫລັງຈາກເກັບ 5-6 ເດືອນ ຈະເຮັດນ້ຳຫນັກຫລຸດລົງປະມານ 30%, ຖ້າຫາກເກັບຂ້າມປີຈະມີສ່ວນເຮັດໃຫ້ນ້ຳຫນັກຫລຸດລົງ 60-70%.