amis logo ລະບົບຂໍ້ມູນຂ່າວສານຕະຫຼາດກະສິກໍາ ຢູ່ ສປປ ລາວ

ຊື່ແນວພັນ: ທ່າດອກຄຳ 8

ລາຄາ: - ກີບ

ປະເພດແນວພັນ: ພັນປັບປຸງ (ເຂົ້າໜຽວ)

ລາຍລະອຽດ:

ແນວພັນເຂົ້າໜຽວທ່າດອກຄໍາ 8 (TDK 8) ແມ່ນພັດທະນາຈາກນັກປັບປຸງພັນເຂົ້າຂອງລາວທີ່ສູນຄົ້ນຄວ້າເຂົ້າ ນາພອກ ເຊິ່ງມີຊື່ສາຍພັນ: TDK37-B-3-2-1-B ທີ່ປະສົມພັນຈາກແນວພັນ RD10/TDK1 ໃນປີ 1996 ທີ່ສູນຄົ້ນຄວ້າເຂົ້ານາພອກ.ເປັນແນວພັນໃຫ້ຜົນຜະລິດສູງ, ສາມາດປູກທັງນາປີ ແລະ ນາແຊງ, ເວລາສີແມ່ນໃຫ້ເຂົ້າສານຫຼາຍກວ່າແນວພັນປັບປຸງອື່ນ ແລະ ເມັດເຂົ້າສານມີລັກສະນະເຫຼື້ອມໃສ, ທັງສາມາດຕອບສະຫນອງຕໍ່ຝຸ່ນ nitrogen ໄດ້ດີ (ປູກໃນດິນທີ່ມີຄວາມອຸດົມສົມບູນສູງ), ສາມາດປັບຕົວໄດ້ດີກວ່າ ເຫມາະສົມໃນເຂດພາກກາງ ແລະ ພາກໃຕ້ ແລະ ບາງເຂດໃນພາກເຫນືອ ເຊັ່ນ: ແຂວງຫຼວງພະບາງ ແລະ  ໄຊຍະບູລີ, ທົນທານຕໍ່ເພ້ຍຈັກຈັ່ນ ແລະ ພະຍາດໃຫມ້ໃນລະດັບປານກາງ ແລະ ກິນອ່ອນນຸ່ມດີ