amis logo [ຂໍ້ມູນທົດລອງ] ລະບົບ ຂໍ້ມູນຂ່າວສານຕະຫຼາດກະສິກໍາ ຢູ່ ສປປ ລາວ

ຊື່ແນວພັນ: ທ່າດອກຄຳ 11

ລາຄາ: - ກີບ

ປະເພດແນວພັນ: ພັນປັບປຸງ (ເຂົ້າໜຽວ)

ລາຍລະອຽດ:

ທ່າດອກຄຳ 11 ເປັນແນວພັນເຂົ້າໜຽວໃຫ້ຜົນຜະລິດສູງ, ອາຍຸປະມານ 130-135 ວັນ, ບໍ່ຮູ້ສຶກຕໍ່ຊ່ວງແສງ, ປູກໄດ້ທັງນາປີ ແລະ ນາແຊງ. ເປັນແນວພັນທີ່ທົນທານຕໍ່ການທຳລາຍຂອງພະຍາດໄໝ້ ແລະ ຂອບຂອງໃບແຫ້ງໄດ້ດີ. ແນວພັນເຂົ້້າທ່າດອກຄຳ11 ເປັນແນວພັນເຂົ້າໜຽວທີ່ມີລັກສະນະເມັດຍາວຮຽວ, ສີເຟືອງ, ຄຸນະພາບການສີດີ, ມີເປີເຊັນເຂົ້າສານທີ່ສີໄດ້ ແລະ ເຂົ້າສານປະເພດ1ສູງ, ໂດຍສະເພາະຄຸນະພາບເຂົ້ານາແຊງ. ຄຸນະພາບມນການກິນແມ່ນອ່ອນນຸ້ມດີ ແຕ່ບໍ່ຫອມ.