amis logo [ຂໍ້ມູນທົດລອງ] ລະບົບ ຂໍ້ມູນຂ່າວສານຕະຫຼາດກະສິກໍາ ຢູ່ ສປປ ລາວ

ຊື່ແນວພັນ: ເຊບັ້ງໄຟ4

ລາຄາ: - ກີບ

ປະເພດແນວພັນ: ພັນປັບປຸງ (ເຂົ້າເປືອກລວມ)

ລາຍລະອຽດ:

ເປັນແນວພັນເຂົ້າໜຽວຫອມ,ເໝາະສົມກັບການເຮັດນາຫວ່ານແຫ້ງ ແລະ ຢອດແຫ້ງ ໃນເຂດນາທາມ, ທົນທານຕໍ່ນ້ໍາຖ້ວມ,ທົນທານຕໍ່ກັບພະຍາດຂອບໃບແຫ້ງ,ເປີເຊັນເຂົ້າສານປະເພດໜຶ່ງສີໄດ້ 49.2%.ໄດ້ຮັບການພັດທະນາຂື້ນໂດຍການຮ່ວມມືລະຫວ່າງສູນຄົ້ນຄ້ວາເຂົ້ານາພອກ ສປປລາວ ແລະ ສູນໄບໂອເທັກ ລາຊະອານາຈັກໄທ ເຊິ່ງປະສົມພັນໃນ ປີ 2010 ລະຫວ່າງ TDK1*4/HNN/ IR85620-34-141///RD6*3/JHN ແລະ ນໍາໃຊ້ເຕັກນິກທາງດ້ານຊີວະໂມເລກູນ ໃນການຄັດເລືອກ, ປູກສຶກສາສາຍພັນຢູ່ສູນຄົ້ນຄວ້າເຂົ້ານາພອກໃນປີ 2014, ປູກທົດສອບຜົນຜະລິດຢູ່ເຂດນໍ້າຖ້ວມຂອງທົ່ງພຽງເຊບັ້ງໄຟໃນປີ 2016